ຕາມຂ່າວຈາກໂທລະພາບອີຣານ, ທ່ານ Araghi ຮອງລັດຖະມົນຕີການຕ່າງປະເທດອີຣານກ່າວໃນວັນທີ 13 ເມສານີ້ວ່າ, ອີຣານໄດ້ແຈ້ງໃຫ້ອົງການພະລັງງານປະລະມານູສາກົນຊາບວ່າຈະເລີ່ມຜະລິດທາດຢູເຣນຽມທີ່ອຸດົມສົມບູນ 60% ແຕ່ວັນທີ 14.
ທ່ານ Araghi ກ່າວອີກວ່າ: ສຳລັບໂຮງງານນິວເຄລຍ Natanz ທີ່ລະບົບໄຟຟ້າບໍ່ສຳເລັດໃນວັນທີ 11 ນີ້, ອີຣານ ຈະປ່ຽນເຄື່ອງ centrifuges ທີ່ເສຍຫາຍໃຫ້ໄວເທົ່າທີ່ຈະໄວໄດ້, ແລະ ຈະເພີ່ມ centrifuges 1,000 ໜ່ວຍ ທີ່ມີຄວາມເຂັ້ມຂຸ້ນເພີ່ມຂຶ້ນ 50%.
ມື້ດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດອີຣານ Zarif ກໍ່ກ່າວໃນກອງປະຊຸມຖະແຫຼງຂ່າວຮ່ວມກັບທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Lavrov ໃຫ້ຮູ້ວ່າ: ອີຣານຈະດຳເນີນການເຄື່ອນໄຫວກັ່ນຕອງນິວເຄຼຍຢູ່ Natanz ເພື່ອກັ່ນທາດຢູເຣນຽມ.
ໃນຕົ້ນເດືອນມັງກອນປີນີ້, ອີຣານປະກາດວ່າໄດ້ເລີ່ມປະຕິບັດມາດຕະການເພີ່ມຄວາມອຸດົມສົມບູນຂອງທາດຢູເຣນຽມທີ່ອຸດົມສົມບູນຂຶ້ນເປັນ 20% ຢູ່ໂຮງງານນິວເຄຼຍ Fordo.
ເດືອນກໍລະກົດປີ 2015, ອີຣານໄດ້ບັນລຸສັນຍານິວເຄຼຍອີຣານກັບອາເມລິກາ, ອັງກິດ, ຝຣັ່ງ, ຣັດເຊຍ, ຈີນ ແລະເຢຍລະມັນ.ຕາມຂໍ້ຕົກລົງ, ອີຣານ ໃຫ້ຄຳໝັ້ນສັນຍາຈະຈຳກັດໂຄງການນິວເຄຼຍຂອງຕົນ ແລະ ຄວາມອຸດົມສົມບູນຂອງທາດຢູເຣນຽມບໍ່ໃຫ້ເກີນ 3,67% ເພື່ອແລກປ່ຽນກັບການຍົກເລີກບັນດາມາດຕະການລົງໂທດຕໍ່ອີຣານ ຈາກປະຊາຄົມໂລກ.
ໃນເດືອນພຶດສະພາປີ 2018, ລັດຖະບານອາເມລິກາໄດ້ຖອນຕົວອອກຈາກສັນຍານິວເຄຼຍອີຣານຢ່າງບໍ່ຢຸດຢັ້ງ, ແລະຕໍ່ມາໄດ້ເລີ່ມດຳເນີນການລົງໂທດຕໍ່ອີຣານຕື່ມອີກ.ນັບແຕ່ເດືອນພຶດສະພາ 2019 ເປັນຕົ້ນມາ, ອີຣານໄດ້ຢຸດຕິການປະຕິບັດບາງຂໍ້ກຳນົດຂອງສັນຍານິວເຄຼຍອີຣານເທື່ອລະກ້າວ, ແຕ່ໄດ້ສັນຍາວ່າມາດຕະການທີ່ປະຕິບັດມາແມ່ນ "ປີ້ນກັບຄືນ."
ເວລາປະກາດ: 14-04-2021